ປະຫວັດຄວາມເປັນມາຂອງບໍລິສັດ
ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ສ້າງຕັ້ງຂື້ນພາຍໃຕ້ກົດໝາຍການລົງທຶນຂອງ ສປປ ລາວໃນປີ 1997 ເປັນບໍລິສັດເອກະຊົນຂອງຄົນລາວ 100 ເປີເຊັນ ໂດຍແມ່ນ ທ່ານ ຄໍາຜາຍ ສີລາຊາ ເປັນຜູ້ລິເລີ້ມກໍ່ຕັ້ງ, ຊີ້ນໍາ-ນໍາພາ ແລະ ບໍລິຫານງານຕະຫຼອດມາ. ໃນເບື້ອງຕົ້ນໃສ່ຊື່ວ່າ: ບໍລິສັດ ດວງຈະເລີນພັດທະນາ ກໍ່ສ້າງ ຈໍາກັດ (DDC), ມີສໍານັກງານຕັ້ງຢູ່ທີ່ ແຂວງຊຽງຂວາງ ພາກເໜີືອຂອງ ສ ປ ປລາວ ດ້ວຍມູນຄ່າຊັບສິນໃນເບື້ອງຕົ້ນມີພຽງແຕ່ 1 ລ້ານໂດລາ. ໃນໄລຍະທໍາອິດ ບໍລິສັດໄດ້ດໍາເນີນທຸລະກິດດ້ານຂະແໜງການກໍ່ສ້າງຂົວ-ທາງ, ຊົນລະປະທານ, ນໍ້າປະປາ.
ຜ່ານການຈັດຕັ້ງປະຕິບັດມາຫຼາຍໂຄງການແຕ່ເໜືອຮອດໃຕ້ ບໍລິສັດໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ເປັນທີ່ຮູ້ຈັກ ແລະ ຮັບຮູ້ຂອງສັງຄົມໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດຖະບານ ແລະ ໄດ້ຂະຫຍາຍກິດຈະການອອກເປັນຫລາຍຂະແໜງການເຊັ່ນ : ສໍາຫຼວດ-ອອກແບບ, ກໍ່ສ້າງຂົວ-ທາງ, ຕຶກອາຄານ, ເຂື່ອນໄຟຟ້າ, ອຸດສາຫະກໍາເຟີນິເຈີ, ບໍ່ແຮ່, ກະສິກໍາ ແລະ ການສຶກສາ. ໃນປະຈຸບັນມີບໍລິສັດໃນກຸ່ມລວມທັງໝົດ 14 ບໍລິສັດ ຈຶ່ງໄດ້ປ່ຽນມາເປັນກຸ່ມບໍລິສັດໂດຍໃສ່ຊື່ວ່າ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ (DDC GROUP) ມີສໍານັກງານໃຫຍ່ຕັ້ງຢູ່ ກມ 19, ຖະຫນົນ 450 ປີ, ບ້ານໂພນທອງ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.
ປະຈຸບັນ, ບໍລິສັດມີຄວາມພ້ອມຮອບດ້ານໃນການພັດທະນາທຸລະກິດໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ມີຄວາມສະຖຽນລະພາບທາງດ້ານການເງິນທີ່ຫມັ້ນຄົງເຂັ້ມແຂງ, ມີຄະນະບໍລິຫານງານທີ່ມີຄວາມຮູ້ຄວາມສາມາດ ແລະ ມີປະສົບການຫລາຍກວ່າ 20 ປີ, ມີວິສະວະກອນອອກແບບ-ກໍ່ສ້າງທີ່ເກັ່ງຊໍານານງານ, ມີທີມສໍາຫຼວດຂຸດຄົ້ນບໍ່ແຮ່, ມີພະນັກງານລວມທັງໝົດຫລາຍກວ່າ 800 ຄົນ, ມີພາຫະນະກົນຈັກໜັກ-ເບົາ ລວມກັນຫລາຍກວ່າ 600 ຄັນ, ມີມູນຄ່າຊັບສີນຂອງບໍລິສັດແມ່ນຫຼາຍກວ່າ 900 ລ້ານໂດລາ ແລະ ມີຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ເຊັນສັນຍາກັນແລ້ວຫຼາຍກວ່າ 30 ບໍລິສັດ.
ຕະຫລອດໄລຍະການດໍາເນີນທຸລະກິດຫລາຍກວ່າ 20 ປີທີ່ຜ່ານມາ, ບໍລິສັດໄດ້ມຸ້ງໃສ່ການພັດທະນາດ້ານບຸກຄະລາກອນ ແລະ ການບໍລິຫານທີ່ມີຄຸນນະພາບ, ການເຮັດວຽກມີແບບແຜນ, ມີຄວາມໂປ່ງໃສ ໂດຍປະກອບກັບການພັດທະນາດ້ານເຕັກນິກ, ການອອກແບບ-ກໍ່ສ້າງທີ່ທັນຍຸກທັນສະໄຫມ ໂດຍນໍາໃຊ້ເຕັກໂນໂລຢີທີ່ກ້າວຫນ້າ ເຮັດໃຫ້ວຽກມີຄຸນນະພາບສູງ, ສ້າງຄວາມເຊື່ອຫມັ້ນໃຫ້ແກ່ຜູ້ຊົມໃຊ້ດ້ວຍສະໂລແກນຂອງບໍລິສັດທີ່ວ່າ: ສ້າງສາ, ພັດທະນາ, ກ້າວໜ້າຢ່າງບໍ່ຢຸດຢັ້ງ.