ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈຳກັດ ໄດ້ດຳເນີນທຸລະກິດພະລັງງານຢ່າງຍັ່ງຍືນ ດ້ວຍຄວາມໃສ່ໃຈຕໍ່ສິ່ງແວດລ້ອມ ແລະ ການພັດທະນາສັງຄົມ ເຊິ່່ງໝາຍເຖິງການຈະເລີນເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັນຄົງ ໂດຍໄດ້ຮັບການຍອມຮັບ ແລະ ການໃວ້ວາງໃຈຈາກທາງພັກ-ລັດ ບົນພື້ນຖານການດຳເນີນກິດຈະການທີ່ດີ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.
ປະໂຫຍດ
- ສາມາດຜະລິດພະລັງງານໄຟຟ້າສົ່ງອອກຂາຍພາຍໃນ ແລະ ຕ່າງປະເທດ.
- ສາມາດບັນເທົາອຸທົກກະໄພໃນຍາມລະດູຝົນ.
- ເປັນແຫຼ່ງເພາະພັນປານໍ້າຈືດຫຼາຍຊະນິດ
- ສ້າງວຽກເຮັດງານທຳໃຫ້ປະຊາຊົນໃນຂົງເຂດນັ້ນ.
ນະໂຍບາຍການດຳເນີນທຸລະກິດແບບຢັ່ງຍືນ
- ມຸ່ງໝັ້ນໃນການດຳເນີນງານທີ່ເປັນເລີດ.
- ລຸດຜົນກະທົບເຊີງລົບ ແລະ ເພີ່ມຜົນກະທົບເຊີງບວກຕໍ່ປະຊາຊົນຜູ້ທີ່ຖືກຜົນກະທົບ, ຊຸມຊົນ ແລະ ສັງຄົມ.
ຄວາມຮັບຜິດຊອບຕໍ່ສັງຄົມ
ມີສ່ວນຮ່ວມຕໍ່ການພັດທະນາຊຸມຊົນ ແລະ ສັງຄົມ ເຊິ່ງເລີ່ມຈາກຊຸມຊົນໃນພື້ນທີ່ບໍລິເວນອ້ອມຮອບເຂື່ອນໄຟຟ້າ ໂດຍມີຂະບວນການປະເມີນຜົນ ແລະ ແກ້ໄຂຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ຊຸມຊົນຢ່າງຕໍ່ເນື່ອງ. ນອກຈາກນີ້ ຍັງມີການຮ່ວມມືກັບຊຸມຊົນ, ໜ່ວຍງານພັກ-ລັດທັງໃນລະດັບທ້ອງຖິ່ນ ແລະ ລະດັບປະເທດ ດຳເນີນໂຄງການເພື່ອຮ່ວມພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍຮູບແບບເຊັ່ນ :
- ການສະໜັບສະໜູນການວ່າຈ້າງງານໃນທ້ອງຖິ່່ນ.
- ການພັດທະນາເດັກນ້ອຍ ແລະ ເຍົາວະຊົນ.
- ການພັດທະນາທັກຊະທີ່ເປັນປະໂຫຍດຕໍ່ການປະກອບອາຊີບ.
- ການເສີມສ້າງສຸຂະອານະໄມທີ່ດີຕໍ່ຊຸມຊົນ.
- ການອານຸລັກຊັບພະຍາກອນ ແລະ ສິ່ງແວດລ້ອມ.
ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ
ພວກເຮົາໄດ້ດຳເນີນການກ່ຽວກັບຜົນກະທົບດ້ານສິ່ງແວດລ້ອມ (Environmental Impact Assessment: EIA) ກ່ອນເຂົ້າໄປດຳເນີນໂຄງການໃນພື້ນທີ່ຕ່າງໆເພື່ອສາມາດຈັດການຕໍ່ກັບຜົນກະທົບດ້ານສິ່ງແວດລ້ອມໄດ້ຢ່າງຄວບຄຸມ ແລະ ໄດ້ກຽມມາດຕະການການປ້ອງກັນຜົນກະທົບທີ່ອາດຈະເກີດຂຶ້ນຢ່າງມີປະສິດທິພາບເຊັ່ນ : ການຈັດການກັບຄຸນນະພາບອາກາດ, ການຈັດການຂີ້ເຫຍື້ອ, ການຈັດການນ້ຳ.