ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈຳກັດ ຜູ້ດຽວ ເປັນໜື່ງໃນບັນດາບໍລິສັດກໍ່ສ້າງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງອັນໄດ້ສ້າງຄວາມຈະເລີນເຕີບໂຕທາງເສດຖະກິດ ແລະ ການພັດທະນາເສດຖະກິດສັງຄົມຂອງຫລາຍໆແຂວງ ໃນ ສ ປ ປ ລາວ ທີ່ບໍລິສັດໄດ້ດໍາເນີນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ບໍ່ວ່າຈະເປັນເສັ້ນທາງປະເພດປູຢາງ, ທາງຄອນກີດ ແລະ ອື່ນໆ ໂດຍໄດ້ມີການນຳເອົາເຄື່ອງຈັກ, ເທັກໂນໂລຊີທີ່ທັນສະໄໝລວມເຖິງເທັກນິກການກໍ່ສ້າງສະໄໝໃໝ່ເຂົ້າມາໃຊ້ໃນວຽກງານການກໍ່ສ້າງຂອງບໍລິສັດ ເພື່ອສ້າງສັນຜົນງານທີ່ມີຄຸນນະພາບ ແລະ ສຳເລັດຕົງຕາມເວລາທີ່ກຳນົດ. ໃນນັ້ນ, ໂຄງການທີ່ພົ້ນເດັ່ນແມ່ນໂຄງການກໍ່ສ້າງເສັ້ນ ທາງ 450 ປີ ເຊິ່ງເປັນໜື່ງໃນໂຄງການກໍ່ສ້າງທີ່ສໍາຄັນຂອງລັດຖະບານເພື່ອສະເຫລີມສະຫລອງຄົບຮອບ 450 ປີ ວຽງຈັນເປັນນະຄອນຫຼວງຂອງ ສ ປ ປ ລາວ. ນອກນັ້ນກໍຍັງມີເສັ້ນທາງຍຸດທະສາດທີ່ສໍາຄັນຂອງລັດຖະບານ ທີ່ບໍລິສັດໄດ້ກໍ່ສ້າງສໍາເລັດເຊັ່ນ : ເສັ້ນທາງ 1D, ເສັ້ນທາງຈາກເມືອງວຽງທອງ ຫາ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ແລະ ໂຄງການກໍ່ສ້າງທາງຈາກເມືອງປາກລາຍ ຫາ ເມືອງທົ່ງມີໄຊແຂວງໄຊຍະບູລີ.
ກໍ່ສ້າງເສັ້ນທາງຂຶ້ນ-ລົງເຄື່ອງບິນ ໃນສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
- ເຈົ້າຂອງໂຄງການ : ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ
- ທີ່ຕັ້ງໂຄງການ : ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
- ມາດຕະຖານເຕັກນິກ : ປູດ້ວຍຢາງອາດສະຟານ (Asphalt)
- ມູນຄ່າການກໍ່ສ້າງ : 149,800,000,000 ກີບ
- ໄລຍະເວລາກໍ່ສ້າງ : 26 ເດືອນ
- ຄວາມຄືບໜ້າໂຄງການ : ກໍາລັງດຳເນີນການກໍ່ສ້າງ
ກໍ່ສ້າງເສັ້ນທາງ ເມືອງຜົ້ງສາລີ ຫາ ຊາຍແດນນ້ຳບຸງ ສສ ຫວຽດນາມ
- ເຈົ້າຂອງໂຄງການ : ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ
- ທີ່ຕັ້ງໂຄງການ : ເມືອງຜົ້ງສາລີ ຫາ ຊາຍແດນນໍ້າບຸງ ສສ ຫວຽດນາມ
- ມາດຕະຖານເຕັກນິກ : ປູດ້ວຍຫີນແຮ່
- ມູນຄ່າການກໍ່ສ້າງ : 388,035,792,972 ກີບ
- ໄລຍະເວລາກໍ່ສ້າງ : 48 ເດືອນ
- ຄວາມຄືບໜ້າໂຄງການ : ກຳລັງດໍາເນີນການກໍ່ສ້າງ
ກໍ່ສ້າງເສັ້ນທາງ ເຂື່ອນໄຟຟ້ານໍ້າຄານ 2&3 ເມືອງຊຽງເງິນ ແຂວງຫລວງພະບາງ
- ເຈົ້າຂອງໂຄງການ : ລັດວິສາຫະກິດໄຟຟ້າລາວ ມະຫາຊົນ
- ທີ່ຕັ້ງໂຄງການ : ເສັ້ນທາງເບີ 1 ແຕ່ສີ່ແຍກບ້ານປາກແຮດຜ່ານບ້ານຈັດສັນ ຫາ ແຄ້ມພະນັກງານເຂື່ອນໄຟຟ້ານໍ້າຄານ 3, ເສັ້ນທາງເບີ 2 ແຕ່ທ່າເຮືອແກ້ງກຸ້ງ ຫາ ເຂື່ອນໄຟຟ້ານໍ້າຄານ 2, ເສັ້ນທາງເບີ 3 ແຕ່ເຂື່ອນໄຟຟ້ານໍ້າຄານ 2 ຫາ ບ້ານພູຊ້າງ ເມືອງຊຽງເງິນ ແຂວງຫຼວງພະບາງ, ເບີ 4 ແຕ່ສາມແຍກທາງລົງຂົວບ້ານໜອງຕີ ຫາ ສາມແຍກທາງຂື້ນໄປຫາສັນເຂື່ອນ ແລະ ບ້ານພູຊ້າງ
- ມາດຕະຖານເຕັກນິກ : ທາງປູຢາງ 2 ຊັ້ນ
- ມູນຄ່າການກໍ່ສ້າງ : 20,999,362,528 ກີບ
- ໄລຍະເວລາກໍ່ສ້າງ : 24 ເດືອນ
- ຄວາມຄືບໜ້າໂຄງການ : ກໍາລັງດຳເນີນການກໍ່ສ້າງ
ກໍ່ສ້າງເສັ້ນທາງ ບ້ານພູຫົວຊ້າງ ເມືອງອານຸວົງ ແຂວງໄຊສົມບູນ
- ເຈົ້າຂອງໂຄງການ : ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ
- ທີ່ຕັ້ງໂຄງການ : ບ້ານພູຫົວຊ້າງ ເມືອງອານຸວົງ ແຂວງໄຊສົມບູນ
- ມາດຕະຖານເຕັກນິກ : ເບຕົງຄອນກຣີດ
- ມູນຄ່າການກໍ່ສ້າງ : 130,791,513,685 ກີບ
- ໄລຍະເວລາການກໍ່ສ້າງ : 24 ເດືອນ
- ຄວາມຄືບໜ້າໂຄງການ : ກຳລັງດຳເນີນການກໍ່ສ້າງ
ກໍ່ສ້າງເສັ້ນທາງ ບ້ານເວີນທິງ ເມືອງພີນ ແຂວງສະຫວັນນະເຂດ ຫາ ຊາຍແດນແຂວງສາລະວັນ
- ເຈົ້າຂອງໂຄງການ : ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ
- ທີ່ຕັ້ງໂຄງການ : ບ້ານເວີນຫົງ ເມືອງພີນ ແຂວງສະຫວັນນະເຂດ ຫາ ຊາຍແດນແຂວງສາລະວັນ
- ມາດຕະຖານເຕັກນິກ : ທາງປູຢາງ 2 ຊັ້ນ
- ມູນຄ່າການກໍ່ສ້າງ : 405,956,456,089 ກີບ
- ໄລຍະເວລາກໍ່ສ້າງ : 48 ເດືອນ
- ຄວາມຄືບໜ້າໂຄງການ : ກໍາລັງດຳເນີນການກໍ່ສ້າງ
ກໍ່ສ້າງເສັ້ນທາງ ແຕ່ທາງແຍກຫຼັກ 20 ບ້ານອົ້ນແບ່ງ ຫາ ບ້ານໜອງຈົວ ເມືອງເລົາງາມ ແຂວງສາລະວັນ
- ເຈົ້າຂອງໂຄງການ : ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ
- ທີ່ຕັ້ງໂຄງການ : ແຕ່ທາງແຍກຫຼັກ 20 ບ້ານອົ້ນແບ່ງ ຫາ ບ້ານໜອງຈົວ ເມືອງເລົາງາມ ແຂວງສາລະວັນ
- ມາດຕະຖານເຕັກນິກ : ທາງປູຢາງ 2 ຊັ້ນ
- ມູນຄ່າການກໍ່ສ້າງ : 72,599,728,902 ກີບ
- ໄລຍະເວລາກໍ່ສ້າງ : 24 ເດືອນ
- ຄວາມຄືບໜ້າໂຄງການ : ກໍາລັງດຳເນີນການກໍ່ສ້າງ
ກໍ່ສ້າງເສັ້ນທາງ ເມືອງສາລະວັນ ຫາ ຊາຍແດນເມືອງກະລືມ ແຂວງເຊກອງ
- ເຈົ້າຂອງໂຄງການ : ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ
- ທີ່ຕັ້ງໂຄງການ : ເມືອງສາລະວັນ ຫາ ຊາຍແດນເມືອງກະລືມ ແຂວງເຊກອງ
- ມາດຕະຖານເຕັກນິກ : ທາງປູຢາງ 2 ຊັ້ນ
- ມູນຄ່າການກໍ່ສ້າງ : 152,884,567,327 ກີບ
- ໄລຍະເວລາກໍ່ສ້າງ : 24 ເດືອນ
- ຄວາມຄືບໜ້າຂອງໂຄງການ : ກໍາລັງດຳເນີນການກໍ່ສ້າງ
ກໍ່ສ້າງເສັ້ນທາງ ເມືອງເລົ່າງາມ ຫາ ເມືອງຄົງເຊໂດນ
- ເຈົ້າຂອງໂຄງການ : ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ
- ທີ່ຕັ້ງໂຄງການ : ເມືອງເລົ່າງາມ ຫາ ເມຶອງຄົງເຊໂດນ
- ມາດຕະຖານເຕັກນິກ : ທາງປູຢາງ 2 ຊັ້ນ
- ມູນຄ່າການກໍ່ສ້າງ : 199,799,937,163 ກີບ
- ໄລຍະເວລາກໍ່ສ້າງ : 30 ເດືອນ
- ຄວາມຄືບໜ້າຂອງໂຄງການ : ກໍາລັງດຳເນີນການກໍ່ສ້າງ
ກໍ່ສ້າງເສັ້ນທາງ ເມືອງເລົ່າງາມ ຫາ ເມືອງປາກຊ່ອງ
- ເຈົ້າຂອງໂຄງການ : ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ
- ທີ່ຕັ້ງໂຄງການ : ເມືອງເລົ່າງາມ ຫາ ເມືອງປາກຊ່ອງ
- ມາດຕະຖານເຕັກນິກ : ທາງປູຢາງ 2 ຊັ້ນ
- ມູນຄ່າການກໍ່ສ້າງ : 87,999,999,391 ກີບ
- ໄລຍະເວລາກໍ່ສ້າງ : 24 ເດືອນ
- ຄວາມຄືບໜ້າຂອງໂຄງການ : ກໍ່ສ້າງສຳເລັດແລ້ວ
ກໍ່ສ້າງເສັ້ນທາງ ເມືອງປາກລາຍ ຫາ ເມືອງທົງມີໄຊ
- ເຈົ້າຂອງໂຄງການ : ພະແນກໂຍທາທິການ ແລະ ຂົນສ່ົງ ແຂວງໄຊຍະບູລີ
- ທີ່ຕັ້ງໂຄງການ : ເມືອງປາກລາຍ ຫາ ເມືອງທົງມີໄຊ
- ມາດຕະຖານເຕັກນິກ : ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ
- ມູນຄ່າການກໍ່ສ້າງ : 335,558,464,549 ກີບ
- ໄລຍະເວລາກໍ່ສ້າງ : 48 ເດືອນ
- ຄວາມຄືບໜ້າຂອງໂຄງການ : ກໍ່ສ້າງສຳເລັດແລ້ວ
ກໍ່ສ້າງເສັ້ນທາງ ເມືອງວຽງທອງ ຫາ ເມືອງໄຊຈຳພອນ
- ເຈົ້າຂອງໂຄງການ : ພະແນກໂຍທາທິການ ແລະ ຂົນສ່ົງ ແຂວງບໍລິຄໍາໄຊ
- ທີ່ຕັ້ງໂຄງການ : ເມືອງວຽງທອງ ຫາ ເມືອງໄຊຈຳພອນ
- ມາດຕະຖານເຕັກນິກ : ກໍ່ສ້າງເສັ້ນທາງປູດ້ວຍຫີນແຮ່
- ມູນຄ່າການກໍ່ສ້າງ : 253,632,570,884 ກີບ
- ໄລຍະເວລາກໍ່ສ້າງ : 24 ເດືອນ
- ຄວາມຄືບໜ້າຂອງໂຄງການ : ກໍ່ສ້າງສຳເລັດແລ້ວ