ວຽກງານກໍ່ສ້າງອາຄານເຄຫາສະຖານກໍ່ເປັນອີກວຽກງານກໍ່ສ້າງໜື່ງທີ່ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈຳກັດ ຜູ້ດຽວ ໄດ້ໃຫ້ບໍລິການແກ່ທັງໜ່ວຍງານພັກລັດ ແລະ ເອກະຊົນດ້ວຍຜົນງານທີ່ມີຄຸນນະພາບ, ສວາຍງາມ ແລະ ສໍາເລັດຕົງຕໍ່ເວລາ. ບາງໂຄງການກໍ່ສ້າງອາຄານ ແລະ ເຄຫາສະຖານທີ່ສໍາຄັນທີ່ບໍລິສັດພວກເຮົາໄດ້ຮັບເໝົາກໍ່ສ້າງ ແລະ ມອບຮັບໃຫ້ເຈົ້າຂອງໂຄງການສໍາເລັດແລ້ວປະກອບມີໂຄງການ: ນັກຮົບພູຄູນ, ຕຶກຫ້ອງການໃຫຍ່ກົມໃຫຍ່ເສນາ, ຕຶກອາຄານຫ້ອງການຂອງບໍລິສັດລາວສະກາຍເວ.
ກໍ່ສ້າງອາຄານຫ້ອງການ ແລະ ສະໂມສອນ ລັດວິສາຫະກິດ ລາວເດີນອາກາດ ( ລາວສະກາຍເວ )
ເຈົ້າຂອງໂຄງການ : ລັດວິສາຫະກິດ ລາວເດີນອາກາດ ( ລາວສະກາຍເວ )
ທີ່ຕັ້ງໂຄງການ : ສະໜາມບິນສາກົນວັດໄຕ
ລັກສະນະໂຄງການ : ກໍ່ສ້າງອາຄານຫ້ອງການ ແລະ ສະໂມສອນ
ມູນຄ່າການກໍ່ສ້າງ : 25,600,000,000 ກີບ
ໄລຍະເວລາກໍ່ສ້າງ : 18 ເດືອນ
ຄວາມຄືບໜ້າໂຄງການ : ກໍ່ສ້າງສຳເລັດແລ້ວ